ກັບຄືນ
User

Admin LAOTOPNEWS

2026-04-14 14:22:37

ຂ່າວລາວ
Cover-ບຕາສອງກະຊວງ ຫຼຸດການນໍາເຂົ້າລົດນໍ້າມັນ

ບຕາສອງກະຊວງ ຫຼຸດການນໍາເຂົ້າລົດນໍ້າມັນ

ສອງກະຊວງແກ້ວຽກຈຸດສຸມຢຸດການນຳເຂົ້າລົດນໍ້າມັນປັບລາຄາຂົນສົ່ງແລະຄຸ້ມຄອງດ້ານມາດຕະຖານສິນຄ້າ.ໃນຕອນບ່າຍຂອງວັນທີ10ເມສາ 2026 ທີ່ກະຊວງອຸດສາຫະກຳແລະການຄ້າໄດ້ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂວຽກງານຈຸດສຸມເຄັ່ງຮ້ອນຮ່ວມກັນລະຫວ່າງກະຊວງອຸດສາຫະກຳແລະການຄ້າແລະໂຍທາທິການແລະຂົນສົ່ງໃຫ້ກຽດເປັນປະທານຮ່ວມໂດຍທ່ານມະໄລທອງກົມມະສິດ.ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າແລະທ່ານເຫຼັກໄຫຼສີວິໄລລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງເຂົ້າຮ່ວມກອງປະຊຸມມີບັນດາທ່ານຫົວໜ້າຮອງຫົວໜ້າຫ້ອງການກົມແລະວິຊາການຂອງຂະແໜງການ2ກະຊວງເຂົ້າຮ່ວມຫລາຍກວ່າເຈັດສິບທ່ານ.ຈຸດປະສົງຂອງການປຶກສາຫາລືແມ່ນເພື່ອສ້າງເປັນເວທີເຮັດວຽກແລະຮ່ວມມືກັນລະຫວ່າງ2ຂະແໜງການເພື່ອຊອກຫາວິທີການແກ້ໄຂສະພາບບັນຫາເຄັ່ງຮ້ອນທີ່ເປັນຄວາມຮັບຜິດຊອບຂອງ2ຂະແໜງການໂດຍສະເພາະວຽກງານອຳນວຍຄວາມສະດວກທາງດ້ານການຄ້າແລະການຂົນສົ່ງແລະການຜັນຂະຫຍາຍແນວຄິດໄກສອນພົມວິຫານ.ການຄ້າເປັນຕ່ອງໂສ້ຄົມມະນາຄົມເປັນປາຍແຫຼມຊຶ່ງເປັນໜ້າທີ່ການເມືອງທີ່ພັກແລະລັດຖະບານມອບໃຫ້2ຂະແໜງການຕ້ອງພ້ອມກັນແກ້ໄຂຢ່າງບຸກທະລຸແລະມີໝາກຜົນຕົວຈິງ.ກອງປະຊຸມໄດ້ປຶກສາຫາລືແລະເປັນເອກະພາບໃນ7ບັນຫາຕົ້ນຕໍດັ່ງນີ້1ການຈັດຕັ້ງຜັນຂະຫຍາຍຄໍາສັ່ງສະບັບເລກທີ.ສີ່ສິບທັບນຍລົງວັນທີ13ມີນາສອງພັນຊາວ6ຕິດພັນກັບ2ຂະແໜງການແມ່ນການຫລຸດຜ່ອນການນໍາເຂົ້າລົດທີ່ນຳໃຊ້ນ້ຳມັນແລະມີນະໂຍບາຍສົ່ງເສີມການນຳໃຊ້ລົດໄຟຟ້າໃຫ້ຫຼາຍຂຶ້ນເພື່ອບັນລຸຄາດໝາຍ30ສ່ວນຮ້ອຍຂອງລົດທີ່ນຳໃຊ້ນ້ຳມັນທັງໝົດພາຍໃນປີສອງພັນສາມສິບໄປພ້ອມກັບການຍົກສູງການຄຸ້ມຄອງ.ດ້ານມາດຕະຖານດ້ານເຕັກນິກ,ການບໍລິການຫຼັງການຂາຍຄວາມປອດໄພແລະອື່ນໆເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມ,ພ້ອມນັ້ນກໍຕ້ອງດຳເນີນມາດຕະການເພື່ອຫລຸດຜ່ອນການນໍາເຂົ້າລົດນຳໃຊ້ນ້ຳມັນເຊື້ອໄຟເທື່ອລະກ້າວ.2ການອຳນວຍຄວາມສະດວກທາງດ້ານການຄ້າແລະການຂົນສົ່ງສືບຕໍ່ປັບປຸງກົນໄກການປະສານງານໃຫ້ມີຄວາມຫັດກຸມຂື້ນຕື່ມຕ້ອງໄດ້ມີການຄົ້ນຄວ້າແລະປຶກສາຫາລືທາງດ້ານວິຊາການເປັນປົກກະຕິໂດຍເລັ່ງໃສ່ແກ້ໄຂບັນຫາລາຄາຫົວໜ່ວຍຄ່າບໍລິການນໍາເຂົ້າແລະສົ່ງອອກສິນຄ້າ.ການແລກປ່ຽນຂໍ້ມູນຂ່າວສານ.ການຖອດຖອນບົດຮຽນເຊິ່ງກັນແລະກັນການແກ້ໄຂນິຕິກຳທີ່ບໍ່ສອດຄ່ອງ3ການເກັບຄ່າບໍລິການທ່າບົກ.ໃນໄລຍະຜ່ານມາ,ທັງ2ຂະແໜງການກໍ່ໄດ້ຮ່ວມກັນເພື່ອປຶກສາຫາລືແລະຄົ້ນຄວ້າຄ່າບໍລິການທ່າບົກໃຫ້ມີຄວາມເໝາະສົມແລະມີຄວາມສອດຄ່ອງກັບສະພາບຕົວຈິງຊຶ່ງຜ່ານມາແມ່ນໄດ້ຕົກລົງຮ່ວມກັນໄປແລ້ວ4ບັນຫາແລະຍັງຈະສືບຕໍ່ຮ່ວມກັນແກ້ໄຂຕື່ມ3ບັນຫາ.4ການຄຸ້ມຄອງການຂຸດຄົ້ນຫີນແຮ່ຊາຍຕາມລຳນາມໃນໄລຍະຜ່ານມາກໍຄືປັດຈຸບັນທັງ2ຂະແໜງການແມ່ນໄດ້ບົດບັນທຶກຮ່ວມກັນມີນິຕິກຳເຂົ້າໃນການຄຸ້ມຄອງຢ່າງລະອຽດຊັດເຈນເຂັ້ມງວດປະຕິບັດມາດຕະການຕໍ່ຜູ້ລະເມີດລະບຽບກົດໝາຍແລະສົ່ງຜົນກະທົບດ້ານລົບຕໍ່ສິ່ງແວດລ້ອມສັງຄົມແລະທຳມະຊາດ.ເປັນຕົ້ນແມ່ນຕາຝັ່ງເຈື່ອນນ້ຳເຄື່ອນສານເຄມີຮົ່ວໄຫລລົງສາຍນ້ຳ.5ການຄຸ້ມຄອງດ້ານມາດຕະຖານສິນຄ້າຂອງສິນຄ້າປະເພດຍານພາຫະນະນໍ້າມັນເຊື້ອໄຟວັດສະດຸກໍ່ສ້າງມີຄວາມສຳຄັນສູງsnຕິດພັນກັບຄວາມປອດໄພແລະການປົກປ້ອງຜູ້ສົງໄສ,ສະນັ້ນສອງກະຊວງຈະສືບຕໍ່ສົມທົບແລະເຮັດວຽກຮ່ວມກັນເພື່ອແກ້ໄຂຢ່າງເປັນຮູບປະທຳ.6ການເຄື່ອນຍ້າຍທາດເຄມີຄວນມີການຄົ້ນຄວ້າຮ່ວມກັນຢ່າງເລັ່ງດ່ວນເພື່ອຊອກຫາທາງແກ້ໄຂໂດຍສະເພາະພາຫະນະຂົນສົ່ງການຫຸ້ມຫໍ່ພະນັກງານຂັບລົດແລະອື່ນໆເພື່ອປ້ອງກັນອຸປະຕິເຫດແລະໃນກໍລະນີເກີດອຸປະຕິເຫດກໍຕ້ອງສາມາດແກ້ໄຂໄດ້ຢ່າງທັນເວລາ.7ການຜັນຂະຫຍາຍແນວຄິດໄກສອນທີ່ວ່າການຄ້າເປັນຕ່ອງໂສ້ຄົມມະນາຄົມເປັນປາຍແຫຼມວຽກງານນີ້ມີຄວາມສຳຄັນສູງແລະແທດເໝາະກັບທຸກຍຸກສະໄໝສະນັ້ນທັງ2ກະຊວງຈະໄດ້ພ້ອມກັນນຳໄປຄົ້ນຄວ້າຜັນຂະຫຍາຍໃຫ້ປະກົດຜົນເປັນຈິງໃນຕອນທ້າຍປະທານກອງປະຊຸມຍັງໄດ້ເນັ້ນໜັກໃຫ້ທັງ2ຂະແໜງການ.ຕ້ອງໄດ້ຍົກສູງຄວາມຮັບຜິດຊອບແລະເຮັດວຽກຮ່ວມກັນຢ່າງໃກ້ຊິດເປັນປົກກະຕິແລະຕໍ່ເນື່ອງເພື່ອຮັບປະກັນບັນຫາດັ່ງກ່າວບໍ່ໃຫ້ກະທົບແຮງຕໍ່ສັງຄົມແລະປະຊາຊົນພາກລັດແລະເອກະຊົນລາວຮ່ວມລົງນາມຊຸກຍູ້ການນຳໃຊ້ລົດບັນທຸກໄຟຟ້າໃຫ້ບັນລຸ10ສ່ວນຮ້ອຍພາຍໃນປີສອງພັນຊາວຫົກເພື່ອແກ້ໄຂຂໍ້ຈຳກັດດ້ານໂຄງລ່າງພື້ນຖານແລະປົດລັອກວິກິດການນໍ້າມັນເຊື້ອໄຟ.ພິທີເຊັນບົດບັນທຶກຮ່ວມມືຍຸດທະສາດດ້ານພະລັງງານໄຟຟ້າພາຍໃຕ້ຫົວຂໍ້ວ່າການຊຸກຍູ້ພະລັງງານສີຂຽວແລະຄວາມໝັ້ນຄົງທາງພະລັງງານທົ່ວປະເທດໄດ້ຈັດຂຶ້ນໃນວັນທີ8ເມສາ,ສອງພັນສິບຫົກທີ່ນະຄອນຫລວງວຽງຈັນການຮ່ວມມືຄັ້ງນີ້ແມ່ນການຜັນຂະຫຍາຍຄໍາສັ່ງຂອງນາຍົກລັດຖະມົນຕີສະບັບເລກທີ40ທັບນຍ.ໂດຍມີເປົ້າໝາຍແກ້ໄຂອຸປະສັກຫລັກທີ່ເຮັດໃຫ້ພາກທຸລະກິດຂົນສົ່ງຍັງບໍ່ທັນສາມາດປ່ຽນມານຳໃຊ້ລົດບັນທຸກໄຟຟ້າໄດ້ທັນທີເນື່ອງຈາກຂໍ້ຈຳກັດຫລາຍດ້ານ.ອຸປະສັກດັ່ງກ່າວລວມມີສະພາບພູມິສາດຂອງລາວທີ່ເປັນພູຜາເຮັດໃຫ້ລົດບັນທຸກໄຟຟ້າແລ່ນໄດ້ພຽງ105150ກິໂລແມັດຕໍ່ການສາກ1ຄັ້ງທຽບໃສ່ລົດນ້ຳມັນທີ່ແລ່ນໄດ້505600ກິໂລແມັດ.05:30ການຂາດແຄນສະຖານີຊ້າກຳລັງແຮງສູງສຳລັບລົດບັນທຸກໂດຍສະເພາະແລະຕົ້ນທຶນເບື້ອງຕົ້ນຂອງລົດໄຟຟ້າທີ່ສູງກວ່າລົດນ້ຳມັນເຖິງ2ເທົ່າ.ເພື່ອແກ້ໄຂຂໍ້ຈຳກັດດັ່ງກ່າວຢ່າງເປັນລະບົບຈົ່ງໂຄງການຮ່ວມມືຄັ້ງນີ້ຈຶ່ງໄດ້ແບ່ງອອກເປັນ4ກຸ່ມຫຼັກຄືກຸ່ມຜູ້ສະໜັບສະໜູນພາຫະນະຂົນສົ່ງໄຟຟ້າກຸ່ມຜູ້ຮັບຜິດຊອບໂຄງລ່າງພື້ນຖານໃນການສາກໄຟລົດກຸ່ມຜູ້ຊົມໃຊ້ລົດແລະກຸ່ມຜູ້ສະໜັບສະໜູນທຶນບັນດາພາກສ່ວນເຫຼົ່ານີ້ຈະຮ່ວມກັນສ້າງສະຖານີບໍລິການສາກໄຟຟ້າແລະເຕັກໂນໂລຊີສະຫຼະປ່ຽນແບັດເຕີຣີສະຫວະເຕັກໂນໂລຊີເພື່ອປະຢັດເວລາພ້ອມທັງພັດທະນາແອັບພິເຄຊັນລວມສູນເພື່ອຈອງຄິວແລະຕິດຕາມການນໍາໃຊ້.ຂະນະດຽວກັນບັນດາທະນາຄານຈະອອກແບບຜະລິດຕະພັນສິນເຊື່ອເພື່ອສະໜັບສະໜູນການຊື້ລົດສ່ວນກະຊວງອຸດສາຫະກຳແລະການຄ້າຈະຄົ້ນຄວ້າປັບປຸງນະໂຍບາຍອຳນວຍຄວາມສະດວກຕ່າງໆທ່ານປອອາຄົມເດດວົງໄຊຫລຸດຕະວາລັດວິສາຫະກິດໄຟຟ້າລາວຟຟລພ້ອມສົມທົບກັບພາກທຸລະກິດແລະເປີດກວ້າງຮັບຄູ່ຮ່ວມເພີ່ມເຕີມເພື່ອຊຸກຍູ້ການນຳໃຊ້ລົດບັນທຸກໄຟຟ້າໃຫ້ກວ້າງຂວາງຂຶ້ນທ່ານກ່າວເນັ້ນວ່າສິ່ງສຳຄັນທີ່ສຸດແມ່ນສະເໜີມາຍັງລັດຖະບານສືບຕໍ່ຊີ້ນຳແລະແລກປ່ຽນກັບບັນດາຜູ້ປະກອບການເພື່ອມີນະໂຍບາຍແລະມາດຕະການທີ່ເໝາະສົມເຊິ່ງຈະຊ່ວຍເຮັດໃຫ້ເສດຖະກິດຂອງປະເທດມີຄວາມຍືດຢຸ່ນແລະມີທ່າແຮງແຂ່ງຂັນໃນພາກພື້ນຫລາຍຂຶ້ນດ້ານທ່ານມະໄລທອງກົມມະສິດ,ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າຊີ້ແຈງວ່າ,ໂຄງການນີ້ບໍ່ພຽງແຕ່ຊ່ວຍປະຢັດເງິນຕາຕ່າງປະເທດແຕ່ຍັງເປັນການຫລຸດພົ້ນກະທົບຕໍ່ສິ່ງແວດລ້ອມແລະຍົກລະດັບປະສິດທິພາບ.ການຂົນສົ່ງທ່ານລະບຸຕື່ມວ່າການນໍາເຕັກໂນໂລຊີດິຈິທັນເຂົ້າມາຊ່ວຍວາງແຜນເສັ້ນທາງແລະບໍລິຫານພະລັງງານຈະເຮັດໃຫ້ຕົ້ນທຶນການຜະລິດໃນໄລຍະຍາວຫລຸດລົງທັງເປັນການສ້າງມາດຕະຖານໃໝ່ໃນອຸດສາຫະກໍາຂົນສົ່ງຂອງສປປລາວໃຫ້ກ້າວທັນກັບພາກພື້ນ.ເຖິງແມ່ນວ່າຕົ້ນທຶນເບື້ອງຕົ້ນຂອງລົດບັນທຸກໄຟຟ້າຈະສູງແຕ່ມູນຄ່າການຊົມໃຊ້ເລຂາບຳລຸງຮັກສາໃນໄລຍະຍາວແມ່ນຕໍ່າກ່ວາລົດນໍ້າມັນຢ່າງຊັດເຈນທັງນີ້ເພື່ອຮັບປະກັນການສະໜອງພະລັງງານທີ່ພຽງພໍແລະໝັ້ນຄົງຟຟລຈະສືບຕໍ່ຄົ້ນຄວ້າສົ່ງເສີມການນຳໃຊ້ພະລັງງານລົມແລະພະລັງງານແສງອາທິດໃຫ້ຫລາຍຂຶ້ນຕື່ມອີກໃນອະນາຄົດໆ.ໆ.


ນີ້ແມ່ນໂຄສະນາຊ່ວຍກົດເຂົ້າເບິ່ງແນ່ເດີ້ ຂອບໃຈ Advertisement